ປະຫວັດພໍ່ ຂອງ ພໍ່ (ປູ່)

ທ່ານ ພູວົງ ພິມມະສອນ ເກີດເມື່ອວັນທີ: 15 ກຸມພາ 1911 ມໍລະນະ: 7 ເມສາ 2000

ທ່ານ ພູວົງ ພິມມະສອນ ເກີດເມື່ອວັນທີ 15 ກຸມພາ 1911 ທີ່ ຄຸ້ມ ອິນແປງ, ຕາແສງ ວັດຈັນ, ເມືອງ ຈັນທະບູລີ, ນະຄອນວຽງຈັນ.

     ເປັນລູກຊາຍກົກ ຂອງ ພະຍາ ພົມພັກດີ (ຈານຄູແພງ ພິມມະສອນ) ແລະ ນາງ ຄຳຜ່າງ ພິລາພັນເດຊ, ມີເອື້ອຍນ້ອງຮ່ວມກັນ 10 ຄົນ.

     ຫລັງຈາກສຳເລັດການຮຽນນຊັ້ນປະຖົມແລ້ວ, ໄດ້ສືບຕໍ່ການສຶກສາ ຢູ່ ວິທະຍາໄລ ປາວີ ທີ່ ນະຄອນວຽງຈັນ ແລະ ໄດ້ໄປສຶກສາ ຢູ່ ວິທະຍາໄລ ປາວີ ທີ່ ນະຄອນວຽງຈັນ ແລະ ໄດ້ໄປສຶກສາຕໍ່ ຟູ່ວິທະຍາໄລ ອານແບຊາໂຣ, ໄດ້ຮັບໃບປະກາດສະນີຍະບັດ ຈົບຊັ້ນມັດທະຍົມສົມບູນຝຣັ່ງເສດ ແລະ ໄດ້ສຳເລັດການສຶກສາ ມະຫາວິທະຍາໄລແພດສາດ ແລະ ກົດຫມາຍ ທີ່ ນະຄອນ ຮ່າໂນ້ຍ (ປະເທດຫວຽດນາມ).

     ນັບແຕ່ປີ 1935 ເຂົ້າຮັບລາດຊະການ ເປັນອຸປະຣາຊ ແລະ ເປັນລ່າມ ທີ່ສຳນັກງານ ເຣຊີດັງ ຊຸບເປຣິເອີ.

-  ປີ 1935 ເຂົ້າຮັບລາດຊະການ ເປັນອຸປະຣາຊ ແລະ ເປັນລ່າມ ທີ່ສຳນັກງານ ເຣຊີດັງ ຊຸບເປຣິເອີ.

-  ປີ 1937 ເປັນຫົວຫນ້າສານຊັ້ນຕົ້ນ ແລະ ຮອງເຈົ້າເມືອງ ເມືອງ ຄັນທະບູລີ ແຂວງ ສະຫວັນນະເຂດ.

-  ປີ 1941 ເປັນເຈົ້າເມືອງໆດົງເຫັນ (ສະຫວັນນະເຂດ).

-  ປີ 1944 ເປັນຫົວຫນ້າຫ້ອງການ ກົມຖະແຫລງຂ່າວ.

-  ປີ 1946 ເປັນເລຂານຸການ ກະຊວງການຄັງ.

-  ປີ 1947 ເປັນຂ້າລາດຊະການລາວ ປະຈຳສະມາຄົມ ນັກປາດຝຣັ່ງເສດ ພາກຕາເວັນອອກໄກ.

-  ປີ 1949 ເປັນຜູ້ຮັກສາບູຮານສະຖານ.

-  ປີ 1951 ເປັນອະທິບໍດີ ກົມທຳມະການ.

-  ປີ 1954 ເປັນເລຂາທິການແຫ່ງ ກອງປະຊຸມລັດຖຸະມົນຕີ.

-  ປີ 1956 ເປັນອະທິບໍດີຕາງຫນ້າລັດຖະບານລາວ ທາງດ້ານເສດຖະກິດ ປະຈຳໄຊງ່ອນ (ປະເທດ ຫວຽດນາມ).

-  ປີ 1957 ເປັນເອກະອັກຄະລາດຊະທູດລາວ ປະຈຳ ໄຊງ່ອນ (ປະເທດ ວຽດນາມ) ແລະ ຟິລິບປິນ.

-  ປີ 1959 ເປັນອະທິໄອຍະການ ປະຈຳສານລົບລ້າງ.

-  ປີ 1964 ເປັນເອກອະທິບໍດີ ປະຈຳ ປະຊວງຍຸຕິທຳ.

-  ປີ 1966 ອອກພັກບຳນານ ແລະ ເປັນທະນາຍຄວາມ.

-  ປີ 1967 ເປັນນາຍທະບຽນສານ.

ໄດ້ໄປຮ່ວມກອງປະຊຸມລະຫວ່າງປະເທດ ຄື:

-  ປີ 1952 ໄປຮ່ວມກອງປະຊຸມໃຫ່ຍ ຂອງ ພຸດທະສາສະນິກະຊົນ ແຫ່ງໂລກ ຄັ້ງທີ 2 ທີປະເທດຍີ່ປຸ່ນ.

-  ປີ 1955 ໄປຮ່ວມກອງປະຊຸມ ອາຊີ-ອາຟຼິກກາ ທີ່ ເມືອງ ບັງດຸງ (ປະເທດ ອິນໂດເນເຊຍ).

-  ປີ 1957 ໄປຮ່ວມກອງປະຊຸມ ເອກາເຟ ທີ່ ກົວລາລຳເປີ (ປະເທດ ມາເລເຊຍ).

-  ປີ 1965 ໄປຮ່ວມກອງປະຊຸມນັກກົດຫມາຍ ອາຊີ-ອາຄະເນ ແລະ ປາຊີຟິກ ທີ່ ກຸງເທບ (ປະເທດ ໄທ) ແລະ ໄປຮ່ວມກອງປະຊຸມ ເພື່ອຄວາມສະຫງົບສຸກຂອງໂລກ ໂດຍົດຫມາຍ ທີ່ ວໍຊິງຕັນ (ສະຫະລັດອາເມລິກາ).

ຫລຽນ ອິສະຣິຍາພອນ ແລະ ນາມຍົດ ທີ່ໄດ້ຮັບມີ:

-  ປີ 1951 ໄດ້ຮັບ ຫລຽນ ອິສະຣິຍາພອນ ລ້ານຊ້າງຮົ່ມຂາວ ຊັ້ນ ປັນຈະມາພອນ.

-  ປີ 1955 ໄດ້ຮັບ ຫລຽນ ອິສະຣິຍາພອນ ຊັ້ນ ຈະຕຸຖາພອນ.

-  ປີ 1958 ໄດ້ຮັບ ຫລຽນ ອິສະຣິຍາພອນ ຊັ້ນ ຈະຕຸຖາພອນ.

-  ປີ 1942 ໄດ້ຮັບ ຫລຽນ ກາຄຳຊອບ ອິນໂດຈີນ.

-  ປີ 1960 ໄດ້ຮັບ ຫລຽນ ກາຄຳຊອບ ນັກຮົບເກົ່າ.

-  ປີ 1962 ໄດ້ຮັບ ຫລຽນ ອິສະຣິຍາພອນ ພຣະບໍຣົມຮູບ ຊັ້ນ ຫລຽນຄຳ.

-  ປີ 1955 ໄດ້ຮັບພະລາດຊະທານ ນາມາຍົດ ຈາກ ເຈົ້າມະຫາຊີວິດ ເປັນພະຍາພູມີພາກ.

ຊີວິດຄອບຄົວ:

1)  ໄດ້ສ້າງຄອບຄົວ ກັບ ນາງ ອຸດອນ ສຸວັນນະວົງ, ມີລູກຊາຍ ຮ່ວມກັນ 2 ຄົນ ຄື:

     -   ທ້າວ ພູເຂົາທອງ ພິມມະສອນ.

     -   ທ້າວ ພູເຂົາຄຳ ພິມມະສອນ.

2)  ຫລົງຈາກ ນາງ ອຸດອນ ເສຍຊີວິດ, ໄດ້ສ້າງຄອບເຄົວ ກັບ ນາງ ຫລ້ານ້ອຍ ອິນທະວົງ, ມີລູກຮ່ວມກັນ 5 ຄົນ, ຍິງ 1 ຄົນ:

     -  ທ້າວ ພູເຂົາເງິນ ພິມມະສອນ.

     -  ທ້າວ ພູເຂົາຄູນ ພິມມະສອນ.

     -  ທ້າວ ພູເຂົາແກ້ວ ພິມມະສອນ.

     -  ທ້າວ ພູເຂົາເພັດ ພິມມະສອນ.

     -  ນາງ ສະຫວັນທິບ ພິມມະສອນ.


No comments: