ຊີວະປະຫວັດຫຍໍ້ພໍ່





ຊື່ ແລະ ນາມສະກຸນ: ເຂົາທອງ (ພູເຂົາທອງ) ພິມມະສອນ
ວັນເດືອນປີເກີດ: ວັນທີ 07 ກຸມພາ 1937 ທີ່ບ້ານ ອິນແປງ; ເມືອງ ວຽງຈັນ; ແຂວງວຽງຈັນ.
ຊື່ພໍ່ ແລະ ແມ່: ເປັນລູກຊາຍກົກຂອງ ທ່ານ ພູວົງ ພິມມະສອນ ແລະ ນາງ ອຸດອນ ສຸວັນນະວົງ (ຕາຍ).

- ອາຍຸ 8 ປີ ຮຽນຫນັງສືຢູ່ໂຮງຮຽນອາໂຟແຣງທີ່ວຽງຈັນ ຈົນຮອດອາຍຸ 13 ປີ.
- ອາຍຸ 14 ຫາ 17 ປີ ຮຽນຫນັງສືຢູ່ປາລີເຊປາວີວຽງຈັນ.
- ອາຍຸ 18 ຫາ 19 ປີ ຮຽນຫນັງສືຢູ່ລີເຊແປກແຊງ ທີ່ ເມືອງ ລາລັດ (ຫວຽດນາມ).
- ອາຍຸ 20 ປີ ຫາ 24 ປີ ສຶກສາຢູ່ປະເທດຝຣັ່ງເສດ.
- ອາຍຸ 25 ປີ ຫາ 31 ປີ ສຶກສາຢູ່ມະຫາວິທະຍາໄລໂລໂມໂນຊອບ ທີ່ ໂມສະກູ (ສະຫະພາບໂຊວຽດ) ແລະ ໄດ້ເຂົ້າຮ່ວມໃນຂະບວນການນັກສຶກປະຕິວັດດ້ວຍ.
- ນັບແຕ່ວັນທີ 11 / 11 / 1965 ຈົນເຖິງວັນທີ 02 / 12 / 1975 ເປັນຂ້າລາດຊະການຢູ່ກະຊວງແຜນຜັງ ແລະ ວິເທດສຳພັນທີ່ວຽງຈັນ.
- ວັນທີ 03 / 12 / 1978 ເປັນຂ້າລັດຖະການຢູ່ຄະນະຮວມມທືກັບບັນດາປະເທດສັງຄົມນິຍົມຈົນເຖິງວັນທີ 30 / 06 / 1987. ແຕ່ວ່າໃນໄລຍະວັນທີ 31 / 10 / 1983 ເຖິງວັນທີ 31 / 10 / 1985 ໄປຝຶກງານກຽມເອົາປະລິນຍາເອກ ດ້ານເສດຖະສາດການເມືອງ ທີ່ມະຫາວິທະຍາໄລໂລໂມໂນຊອບ ນະຄອນມົດສະກູ ສະຫະພາບໂຊວຽດ.
- ຫລັງຈາກນັ້ນອອກບຳນານ ລວມປີການປະຕິວັດ 20 ປີ ໄປທຳການມາຫາກິນຢູ່ປະເທດຝຣັ່ງເສເສດນັບແຕ່ວັນທີ 10 ເມສາ 1988 ຈົນເຖິງປັດຈຸບັນ.

ຜ່ານມາໄດ້ຮັບ:

- ຫລຽນໄຊອິດສະລະ ຊັ້ນ 3 (1 ຫນ່ວຍ).
- ຫລຽນຕໍ່ຕ້ານເອາເມລິກາ (1 ຫນ່ວຍ).
- ຫລຽນກາ 5 ປີ (1 ຫນ່ວຍ).

No comments: